ເຜີຍແຜ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ

ກອງປະຊຸມເຜີ່ຍແຜ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງລັດຖະມົນ ຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ແລະ ຜ່ານແຜນກຳນົດຈຸດສຸມພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 5 ປີ ( 2026-20230 ) ພິທີແມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ນີ້, ຢູ່ພະແນກກະສິກໍາ ແລະ ສີ່ງແວດລ້ອມ ແຂວງສາລະວັນ, ໃຫ້ກຽດເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ເຂົ້າຮ່ວມມີ ທ່ານ ສີວັນພະແນກອນ ວົງບຸນທັນ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ນອກນີ້ມີບັນດາທ່ານຮອງພະແນກການອອ້ມຂ້າງ, ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສີ່ງແວດລ້ອມ 8 ຕົວເມືອງ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ ໄດ້ກ່າວວ່າ: ສໍາລັບຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ສີ່ງແວດລ້ອມ ເລກທີ 2544 ວ່າດ້ວຍ: ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ປະກອບດ້ວຍ 11 ໝວດ ແລະ 68 ມາດຕາ, ຄື: ໝວດບັນຍັດທົ່ວໄປ, ໝວດ ປະເພດ ແລະ ຂະໜາດໂຮງງານອຸດສາ ຫະກຳປຸງແຕ່ງໄມ້, ມາດຕະຖານອຸດສາຫະກຳປຸງແຕ່ງໄມ້, ການສ້າງຕັ້ງໂຮງງານປຸງແຕ່ງໄມ້, ການຂໍອະນຸຍາດດຳເນີນກິດຈະການໂຮງງານປຸງແຕ່ງໄມ້, ການປ່ຽນ ແປງກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້, ການດັດສົມໂຮງງານປຸງແຕ່ງໄມ້, ການຄຸ້ມຄອງໄມ້ສົ້ນເຂົ້າ ແລະ ສົ້ນອອກ, ສິດ ແລະ ພັນທະຂອງຜູ້ດຳເນີນກິດຈະການໂຮງງານປຸງແຕ່ງໄມ້, ການຄຸ້ມຄອງ ແລະ ການກວດກາ ວຽກງານຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ແລະ ໝວດບັນຍັດສຸດທ້າຍ, ຈຸດປະສົງຂໍ້ຕົກລົງວະບັບນີ້ກໍ່ເພື່ອເປັນການກຳນົດຫລັກຖານ,ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມ ຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ແລະ ການສົ່ງເສີມອຸດສາຫະກຳປຸງແຕ່ງໄມ້ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຍົກສະມັດຕະພາບການຜະລິດປຸງແຕ່ງໄມ້ ໃຫ້ໄດ້ມາດຕະຖານ,ສ້າງມູນຄ່າເພີ່ມ ຕິດພັນກັບການຄຸ້ມຄອງການຕອງໂສງການສະ ໜອງໄມ້ ແລະ ເປັນມິດຕໍ່ສີ່ງແວດລ້ອມ, ສົ່ງເສີມການນຳໃຊ້ຊັບພະຍາກອນໄມ້ໃຫ້ເກີດຜົນປະໂຫຍດສູງສຸດ, ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ນອກນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານບົດລາຍງານວຽກງານການຄຸ້ມຄອງປ່າໄມ້ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 20 ຂອງນາຍົກລັດຖະມົນຕີ, ຂໍ້ຕົກລົງ ເລກທີ 3888 ກະຊວງກະສິກຳ ແລະ ສີ່ງແວດລ້ອມ, ວ່າດ້ວຍ: ລາຍການຜະລິດຕະພັນໄມ້ທໍາມະຊາດ,ໄມ້ປູກ,ໄມ້ປອງ ແລ ໄມ້ຫວາຍ ເພື່ອສົ່ງອອກ, ຜ່ານແຜນການກໍານົດຈຸດສຸມພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກໄລຍະ 5 ປີ, ( 2026-20230 ) ແລະ ປະກອບ ຄຳຄິດ ຄຳເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແລະ ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດຊີ້ນຳຈາກທ່ານປະທານກອງປະຊຸມຕື່ມອີກ.