ກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເຄື່ອນໄຫວຊຸກຍູ້ ຢູ່ ແຂວງສາລະວັນ.

ກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ.
ໃນວັນທີ 01 ກັນຍາ 2026, ຄະນະຈາກກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລົງມາຕິດຕາມ, ຊຸກຍູ້ວຽກງານກວດກາ ຢູ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ. ພ້ອມກັນນັ້ນ ກໍໄດ້ເຜີຍແຜ່ພາລະບົດບາດຂອງກົມກວດກາ, ບາງມາດຕາຂອງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.
ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ສີເມືອງ ເພັດຊົມພູ ຮອງຫົວໜ້າກົມກວດກາ ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ແລະ ທ່ານ ປອ ສຸພະໄຊ ບຸນຍັງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ໂດຍມີຄະນະທີມງານກົມກວດກາ, ຫົວໜ້າຂະແໜງກວດກາລັດ ພ້ອມດ້ວຍຄະນະ ແລະ ວິຊາການ, ຫົວໜ້າ ແລະ ຄະນະຂະແໜງການ ອ້ອມຂ້າງພະແນກເຂົ້າຮ່ວມ ລວມທັງໝົດ 32 ທ່ານ, ຍິງ 07 ທ່ານ.