ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນ ປະກາດພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບໍານານ 11 ທ່ານ

ທ່ານ ຄໍາເບົາ ໄຊຍະສິດ ຮອງຫົວໜ້າຄະນະຈັດຕັ້ງແຂວງສາລະວັນ ໄດ້ຜ່ານຂໍ້ ຕົກລົງຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບເລກທີ 0816-0827/ກສ, ລົງວັນທີ 26 ກຸມພາ 2026 ວ່າດ້ວຍ: ການອະນຸມັດໃຫ້ພະນັກງານ-ລັດຖະກອນ ທີ່ສັງກັດພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນ ເຂົ້າຮັບອຸດໜູນບໍານານ ຈໍານວນ 11 ທ່ານ, ຍິງ 1 ທ່ານ ນັບແຕ່ງວດ 1 ປີ 2026 ເປັນຕົ້ນໄປ ເຊີ່ງປະກອບມີ: ທ່ານ ວັງປະເສີດ ບຸນເອື້ອວົງສາ; ທ່ານ ສີຟອງ ຈັນທະວົງສາ; ທ່ານ ຄໍາມົນ ເລື່ອນວົງວິຈິດ; ທ່ານ ສະໜອງ ແສນທະວີ; ທ່ານ ເຟືອງ ບຸນຍາວົງ; ທ່ານ ວົງເພັດ; ທ່ານ ສາຍສະໜອນ ດວງມາລາໄລ; ທ່ານ ຄໍາຜົງ ໄຊຍະຫວັດ; ທ່ານ ບຸນເພັງ ຍູ້ຄໍາດີ; ທ່ານ ນາງ ຈັນທະຈອນ ພິມະສານ ແລະ ທ່ານ ຄໍາແຜນ ມີໄຊພອນ.
ໃນພິທີ ຍັງໄດ້ມີການມອບ-ຮັບ ຂໍ້ຕົກລົງ ເຂົ້າຮັບອຸດໜູນບໍານານ ແລະ ນະໂຍ ບາຍ 15% ຕາມລະບຽບລັດຖະກອນ ເຊີ່ງໃຫ້ກຽດມອບຂອງ ທ່ານ ສີວັນພະກອນ ວົງບຸນທັນ ແລະ ຂື້ນຮັບໂດຍພະນັກງານ-ລັດຖະກອນ ຜູ້ປະກາດເຂົ້າຮັບອຸດໜູນບໍານານ.
ພິທີປະກາດພະນັກງານ-ລັດຖະກອນ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນ ເຂົ້າຮັບອຸດໜູນບໍານານ ໄດ້ຈັດຂື້ນໃນວັນທີ 24 ສິງຫາ 2026 ນີ້ ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານຂອງ ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ; ມີບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ; ຫົວໜ້າ-ຮອງຫົວໜ້າສູນ; ພະນັກງານ-ລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພາບ-ຂ່າວ: ສ.ພະຈັນ